ບໍລິສັດ ຄະນະເຂົ້າໜຽວ ຕັ້ງຊື່ຂຶ້ນຕາມອາຫານຫຼັກທີ່ເປັນເອກະລັກປະຈໍາຊາດ ບໍລິສັດຄະນະເຂົ້າໜຽວ ໄດ້ສ້າງຕໍານານດ້ວຍການໃຫ້ບໍລິການໂຮງລະຄອນຮູບແບບທໍາອິດ, ຊຶ່ງເປັນການນໍາສະເໜີການສະແດງ ແລະ ການສະແດງລະຄອນເວທີ, ການຝຶກອົບຮົມ ແລະ ຫຼັກສູດຕ່າງໆ, ຜູ້ຊ່ຽວຊານດ້ານການສະແດງລະຄອນເວທີ, ຈັດສໍາມະນາ ແລະ ຫ້ອງຮຽນ ແລະ ການຈັດງານເທດສະການຕ່າງໆ.
ລັດຕະນະກອນ ອິນສີຊຽງໃໝ່, ອະດີດນັກສະແດງຕົວຕະຫລົກລະຄອນສັດ, ເກີດມາໃນຄອບຄົວທີ່ມັກຮັກການສະແດງລະຄອນ ແລະ ການສະແດງລະຄອນຕະຫລົກ. ໃນປີ 2005, ລັດຕະນະກອນ ໄດ້ເຂົ້າຮ່ວມຄະນະລະຄອນຂອງພໍ່ລາວ ທີ່ມີຊື່ວ່າ (ກະບອງລາວ) ໃນການອອກທ່ຽວສະແດງຄັ້ງທໍາອິດທີ່ປະເທດຝຣັ່ງ. ບໍ່ດົນຫຼັງຈາກນັ້ນ, ໃນປີ 2008, ລາວກໍ່ໄດ້ສ້າງຕັ້ງ ບໍລິສັດຄະນະເຂົ້າໜຽວ. ດ້ວຍປະສົບການໃນຕ່າງປະເທດ ໄດ້ປູກຝັງຫຼໍ່ຫຼອມຄວາມສໍາພັນຢ່າງເລີກເຊີ່ງກັບປະເທດຝຣັ່ງ ຊຶ່ງໄດ້ນໍາເອົາ ລັດຕະນະກອນ ກັບຄືນມາ ໂດຍການຮ່ວມເຮັດວຽກກັບບັນດານັກສິນລະປິນຜູ້ອື່ນໆ.
ຄະນະເຂົ້າໜຽວ ເປັນທີ່ຮູ້ຈັກຈາກລະຄອນເວທີ ທີ່ມີຄວາມເປັນເອກະລັກ ແລະ ການປະຍຸກເອົາວັດສະດຸທ້ອງຖິ່ນ ແລະ ວັດສະດຸຣີໄຊເຄີນ ມາປະສົມປະສານເຂົ້າກັບການສະແດງໄດ້ຢ່າງລົງຕົວ ຈາກຄວາມຊານສະຫຼາດຂອງພວກເຂົາ, ຄະນະເຂົ້າໜຽວນໍາສະເໜີບົດກະວິແບບພາບເຄື່ອນໄຫວ, ຊຶ່ງສ້າງຄວາມເພີດເພີນໃຫ້ກັບສາຍຕາຜ່ານລະຄອນເວທີ, ການສະແດງຕາລົກ, ລະຄອນໄບ້ ແລະ ລະຄອນຫຸ່ນກະບອກ. ນອກຈາກນີ້ ຄະນະເຂົ້າໜຽວ ຍັງໄດ້ຈັດງານສໍາມະນາດ້ານການສະແດງລະຄອນເວທີໃນຕ່າງປະເທດ, ຊຶ່ງລວມເຖິງໃນປະເທດຍີ່ປຸ່ນ, ສິງກະໂປ ແລະ ຝຣັ່ງ. ພາຍໃນປະເທດ, ຄະນະເຂົ້າໜຽວ ໄດ້ຂະຫຍາຍຖານອອກໄປຍັງນອກເຂດຕົວເມືອງນະຄອນຫຼວງວຽງຈັນ, ດ້ວຍການເປີດຫ້ອງຮຽນດ້ານການສະແດງລະຄອນເວທີໃນຫົວຂໍ້ຕ່າງໆ ເຊັ່ນວ່າ: ການຣີໄຊເຄີນ, ສັດປ່າ, ການປູກປ່າ, ມໍລະດົກດ້ານວັດທະນະທໍາ ແລະ ອື່ນໆ ໃນບັນດາແຂວງຕ່າງໆຂອງປະເທດລາວ ຊຶ່ງປະກອບດ້ວຍ ແຂວງຊຽງຂວາງ, ຈໍາປາສັກ, ຄໍາມ່ວນ, ວຽງຈັນ, ຫຼວງພະບາງ ແລະ ສະຫວັນນະເຂດ.
ດ້ວຍເປົ້າໝາຍສູງສຸດ ທີ່ຕ້ອງການສ້າງຮອຍຍິ້ມ ແລະ ສຽງຫົວໃຫ້ແກ່ມວນຊົນ, ລັດຕະນະກອນ ໄດ້ກ່າວວ່າ: “ຊີວິດຂອງນັກສະແດງແມ່ນຫຍຸ້ງຍາກລໍາບາກ, ແຕ່ກໍ່ເຮັດໃຫ້ຂ້າພະເຈົ້າມີຄວາມສຸກທີ່ໄດ້ມອບຄວາມບັນເທີງໃຫ້ແກ່ຜູ້ຄົນ. ຖ້າຫາກວ່າຂ້າພະເຈົ້າບໍ່ເຮັດໃຫ້ພວກເຂົາຫົວ ແລ້ວໃຜລະຈະເຮັດໃຫ້ພວກເຂົາຫົວ?”
ຜົນງານ:
ລະຄອນຫຸ່ນກະບອກ (2000): ຄວາມຝັນຂອງພໍ່ຕູ້ ແລະ ແມ່ຕູ້
ລະຄອນຫຸ່ນກະບອກ (2005): ເພງຊ້າງ
ລະຄອນຫຸ່ນກະບອກ (2009): ສີ່ລະດູການ
ລະຄອນຕະຫລົກ (2010): ພີນ໊ອກຄີໂອ
ລະຄອນ (2015): ສຽງກະຊິບ
ລະຄອນຕະຫລົກ (2016): ເດັກກໍາພ້າ ແລະ ຜີນ້ອຍ
ລະຄອນຫຸ່ນກະບອກ (2022): ກະຕ່າໄມ້ໄຜ່
Named after the country’s beloved staple food, sticky rice, Khao Niew Theater Company has created a legacy with the first services theatre framework, offering shows and performances, training and courses, theatre professionals, workshops and classes, and event organising.
Former circus clown, Lattanakone Insisiengmai, was born into a family that loved theatre and comedy. In 2005, Lattanakone joined his father’s theatre troupe (Kabong Lao) on their first tour in France. Soon after, in 2008, he founded Khao Niew Theater Company. This experience abroad instilled a deep connection with France that will keep pulling Lattanakone back, collaborating with other artists.
Known for their unique repertoire and ingenious incorporation of local and recycled materials into their performances, Khao Niew presents poetry in motion, a feast for the eyes through drama, comedy, mime, and puppetry. The theatre company also runs theatre workshops abroad, including in Japan, Singapore, and France. Locally, Khao Niew have expanded outside the confines of the Vientiane metropolis, bringing theatre classes on various subjects such as recycling, wildlife, forestation, cultural heritage, etc. in several provinces in Laos including Xiengkhouang, Champasak, Khammouan, Vientiane, Luang Prabang, and Savannakhet.
With the ultimate goal of laughter, Lattanakone proclaims, “The life of a performer is hard, but it makes me happy to entertain people. If I don’t make them laugh, then who will?”
Productions
Puppet (2000): Grandma and Grandpa’s Dream
Puppet (2005): The Elephant Song
Puppet (2009): The Four Seasons
Comedy (2010): Pinocchio
Drama (2015): Whisper
Comedy (2016): The Orphan and the Little Ghost
Puppet (2022): Bamboo basket