ທ່ານ ອານັນ ບົວພາ, ຜູ້ທີ່ໜັງສືພິມອອນລາຍ ເດິຮັຟຟິງຕັນ ໂພສ (Huffington Post) ກ່າວເຖິງວ່າ ເປັນຜູ້ນໍາພາການເຄື່ອນໄຫວຂອງກຸ່ມຄົນຫຼາກຫຼາຍທາງເພດ. ໃນປີ 2012, ທ່ານໄດ້ຕັ້ງກຸ່ມ “ພູມໃຈທີ່ເປັນເຮົາ” (ພຈຮ) ໃນລາວ, ເຊິ່ງເປັນເຄືອຂ່າຍຂອງອົງການຈັດຕັ້ງທາງສັງຄົມແຫ່ງທໍາອິດຂອງລາວ ທີ່ສົ່ງເສີມສິດເທົ່າທຽມກັນຂອງກຸ່ມຄົນຫຼາກຫຼາຍທາງເພດໃນຊຸມຊົນ. ໃນນາມທີ່ເປັນປະທານ ແລະ ຜູ້ກໍ່ຕັ້ງພູມໃຈທີ່ເປັນເຮົາ, ທ່ານໄດ້ຈັດງານພູມໃຈທີ່ເຮົາຄັ້ງທຳອິດຢູ່ ສປປ ລາວ. ທ່ານ ອານັນ ຍັງໄດ້ຮັບລາງວັນ Asian Pink Awards (Asia LGBTI Rights Awards) ທີ່ປະເທດສິງກະໂປໃນປີ 2014 ແລະ ຜົນງານໃນການເຮັດວຽກຕໍ່ຕ້ານພະຍາດເອສໄອວີ ແລະ ຄວາມຄິດລິເລີ່ມໃນການເຄື່ອນໄຫວສິດຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດກໍ່ໄດ້ຮັບການຍ້ອງຍໍ. “ພູມໃຈທີ່ເປັນເຮົາ” ໄດ້ຈັດຢູ່ໃນອັນດັບ 9 ຂອງ LGBT Change Heroes ຂອງໂລກໂດຍ The Guardian ໃນປີ 2016.
Anan Bouapha, who is referred by the HuffingtonPost as the leader of the country’s nascent LGBTI movement. In 2012, he founded “Proud to Be Us” Laos, the nation’s first civil society network promoting equal rights for people with sexual and gender diversity communities. As President/Founder, he was instrumental in organising the first Pride event in Laos. Anan was honored with the Asian Pink Awards (Asia LGBTI Rights Awards) in Singapore in 2014 and praised for his work in combating HIV and initiated the LGBT rights movement. His organisation “Proud to be us Laos” was ranked in Top 9 World LGBT Change Heroes by The Guardian in 2016.