ທ່ານ ນາງ Elaine W. Ng ເປັນບັນນາທິການ, ຜູ້ພິມຈໍາໜ່າຍ ແລະ ອາຈານມະຫາວິທະຍາໄລ ທີ່ດໍາເນີນການສຶກສາຄົ້ນຄວ້າຢ່າງກວ້າງຂວາງ ກ່ຽວກັບສີລະປະຮ່ວມສະໄໝ ໃນພາກພື້ນອາຊີ-ປາຊີຟິກ. ປັດຈຸບັນທ່ານເປັນບັນນາທິການວາລະສານ ArtAsiaPacific (AAP), ເຊິ່ງເປັນສື່ສິ່ງພິມລະດັບສາກົນປະຈໍາຮົງກົງ ທີ່ກໍ່ຕັ້ງຂຶ້ນມາເປັນເວລາ 30 ປີ ໂດຍມຸ່ງເນັ້ນໃສ່ການເຜີຍແຜ່ຜົນງານສີລະປະຈາກອາຊີ, ປາຊີຟິກ ແລະ ຕາເວັນອອກກາງ. ທ່ານ ນາງ Ng ຍັງເປັນຜູ້ຊ່ວຍສາສະດາຈານທີ່ສະຖາບັນວິຈິດສິນ ໃນຮົງກົງ ແລະ ຮອງຜູ້ອໍານວຍການຫຼັກສູດປະລິນຍາໂທວິທະຍາສາດ, ສາຂາວິຊາການຕະຫຼາດເພື່ອເສດຖະກິດສ້າງສັນ, ມະຫາວິທະຍາໄລແບັບຕິສ ຮົງກົງ ມາແຕ່ປີ 2010, ທ່ານ ນາງ Ng ຍັງດໍາລົງຕໍາແໜ່ງຄະນະບໍລິຫານອົງການ Asia Art Archive ໃນສະຫະລັດອາເມລິກາ ໂດຍເຮັດໜ້າທີ່ເປັນເລຂານຸການ, ແລະ ປັດຈຸບັນໄດ້ດໍາລົງຕໍາແໜ່ງເປັນຄະນະກໍາມະການທີ່ປຶກສາດ້ານວິຊາການຂອງອົງການ Asia Art Archive ໃນຮົງກົງ ແລະ ເປັນຄະນະກໍາມະການທີ່ປຶກສາດ້ານວິຊາການຂອງສູນສິລະປະ Alserkal Avenue ໃນດູໄບ.
Elaine W. Ng is an editor, publisher, and university lecturer who has done extensive research on contemporary art in the Asia-Pacific region. She is presently the editor of ArtAsiaPacific (AAP), a Hong Kong-based international 30-year old publication dedicated to art from Asia, the Pacific, and the Middle East. She is also Assistant Professor at the Academy of Visual Art, and Associate Programme Director of the Master of Science, Marketing for the Creative Economy, Hong Kong Baptist University. Since 2010, Ng has been on the board of directors of Asia Art Archive in America where she serves as Secretary, and currently sits on the academic advisory board of Asia Art Archive in Hong Kong and the advisory board of Alserkal Avenue in Dubai.