Project Space – Pha Tad Ke

ທ່ານ ວິລະກອນ ພະຈັນທະວົງ

ທ່ານ ວິລະກອນ ພະຈັນທະວົງ, ມີຖິ່ນກໍາເນີດທີ່ນະຄອນຫຼວງວຽງຈັນ ເຊິ່ງປັດຈຸບັນດໍາລົງຊີວິດ ແລະ ເຮັດວຽກຢູ່ ສປປ ລາວ. ດ້ວຍຄວາມຮູ້ລະດັບປະລິນຍາໂທ ສາຂາສື່ສ້າງສັນ, ທ່ານ ວິລະກອນເຮັດວຽກໃນນາມນັກອອກແບບສ້າງສັນອິດສະຫຼະ ໃນສາຍງານໂຄສະນາ, ກົນລະຍຸດການສ້າງແບຣນ ແລະ ການອອກແບບກຣາຟຟິກມາດົນກວ່າ 15 ປີ. ໃນປີ 2023, ທ່ານ ວິລະກອນ ໄດ້ເຂົ້າຮ່ວມງານວາງສະແດງສີລະປະ ແລະ ດູແລກໍາກັບຫຼາຍງານ ເຊັ່ນ: ງານວາງສະແດງໂພສເຕີດ່ຽວ ສໍາລັບຄົບຮອບ 15 ປີ ຂອງ ໄອແຄັດແກເລີລີ (i:cat gallery), ງານສັບປະດາວັດທະນະທໍາອາຊີໃນເກົາຫຼີໃຕ້, ເຮັດວຽກຮ່ວມກັບໂຄງການ Project Space ພາຍໃຕ້ຫົວຂໍ້ “ຈິກຊໍທີ່ຫາຍໄປ” ໂດຍມີເວີກຊັອບກ່ຽວກັບແຟນຊິນ, ແລະ ງານວາງສະແດງສີລະປະດີຈິຕອນຂອງ Lao Art Week ທີ່ພາກຊັນ.

Vilakone Phachanthavong

Vilakone Phachanthavong, was born in Vientiane Capital and currently lives and work in Lao PDR. With a Master’s degree in Creative Media, he has been working as an independent creative designer in the fields of advertising, branding strategy and graphic design for over 15 years. In 2023, Vilakone participated in art exhibitions and curation, such as a solo poster exhibition for i:cat gallery’s 15th anniversary, Asia culture week in South Korea, collaborated in the Project Space “Lost Jigsaw” project with a workshop on fanzines, and the Lao Art Week’s digital art showcase at Parkson Mall.