Project Space – Pha Tad Ke

ທ່ານ ນາງ ສຸພາລັກ ພົງສະຫວັດ

ທ່ານ ນາງ ສຸພາລັກ ພົງສະຫວັດ, ການສຶກສາຄົ້ນຄວ້າໃນຄວາມເປັນຍິງ ແລະ ຮູບແບບຂອງແມ່ຍິງຢ່າງຕໍ່ເນື່ອງ ໄດ້ກາຍເປັນສູນກາງສໍາຄັນໃນກິດຈະວັດຂອງເພິ່ນ, ໂດຍສະເພາະກໍແມ່ນການລະບາຍສີ ແລະ ການແຕ້ມຮູບ. ລາວໄດ້ຮັບແຮງບັນດານໃຈຈາກແມ່ຍິງລາວໃນນິທານ, ວັນນະກໍາ ແລະ ຊີວິດປະຈໍາວັນ. ແຮງບັນດານໃຈໃນການເປັນສິລະປິນໄດ້ເກີດຢູ່ໃນຕົວຂອງເພິ່ນຕະຫຼອດເວລາ ແລະ ໄດ້ກໍ່ຕົວຂຶ້ນເມື່ອລາວໄດ້ເລີ່ມດໍາເນີນການສຶກສາກ່ຽວກັບສີລະປະຢ່າງເປັນທາງການໃນສະຫວັນນະເຂດ ເຊິ່ງຕັ້ງຢູ່ທາງພາກໃຕ້ຂອງປະເທດລາວ. ມີການສຶກສາເພີ່ມຕື່ມໃນນະຄອນຫຼວງວຽງຈັນ, ແລະ ມີຜົນງານວາງສະແດງດ່ຽວເຖິງຫ້າງານນັບແຕ່ສໍາເລັດການສຶກສາ ເຊິ່ງໄດ້ເປັນເຄື່ອງຢືນຢັນວ່າ ທັງໝົດນີ້ຄືສິ່ງທີ່ລາວຕັ້ງໃຈຢາກຈະເຮັດ. ລາວຍັງມີສ່ວນຮ່ວມໃນການຮ່ວມມືລະຫວ່າງຊຸມຊົນກັບສິລະປິນ ແລະ ມີຄວາມເຊື່ອໝັ້ນວ່າ ປະເທດລາວຍັງມີທ່າແຮງໃນການເສີມຂະຫຍາຍຜົນງານສີລະປະໃນຊຸມຊົນ. ສໍາລັບ ທ່ານ ນາງ ສຸພາລັກ, ວຽກງານນີ້ແມ່ນກົງກັນຂ້າມກັບການຝຶກຝົນໃນການສ້າງສັນຜົນງານສີລະປະທີ່ໂດດດ່ຽວຂອງລາວ ແຕ່ກໍມີຄວາມສໍາຄັນບໍ່ຕ່າງກັນ. ທ່ານ ນາງ ສຸພາລັກ ແມ່ນນັກຂຽນຮ່ວມໃນບົດລາຍງານ “Women in Lao Contemporary Art & Culture from 1975 till Now” ຫຼື “ແມ່ຍິງໃນສິລະປະ ແລະ ວັດທະນະທໍາຮ່ວມສະໄໝຂອງລາວ ນັບແຕ່ປີ 1975 ເຖິງປັດຈຸບັນ” ຮ່ວມກັບ Project Space ໃນປີ 2022 ແລະ ເຮັດວຽກເປັນຜູ້ຊ່ວຍໄອແຄັດແກເລີລີ (i:cat gallery), ນະຄອນຫຼວງວຽງຈັນ ເປັນເວລາ 10 ປີ.

Souphaluck Phongsavath

Souphaluck Phongsavath, Ongoing exploration of femininity and the female form have emerged as central to my practice, especially in painting and drawing. I am Inspired by Lao women in mythology, literature and daily life. My inspiration to be an artist has always been with me and settled when I began formal, art education in Savannakhet, South of Laos. Further studies in Vientiane, and five solo exhibitions since graduating have confirmed this is what I am meant to be doing. I am also involved in collaborations between communities and artists and believe Laos has the potential for expanding art in the community. For me this work is a contrast to my more solitary art practice, but just as important. Co-author on the report “Women in Lao Contemporary Art & Culture from 1975 till Now” in collaboration with Project Space in 2022 and worked as gallery assistant at i:cat gallery, Vientiane for 10 years.