Project Space – Pha Tad Ke

ຄະນະລະຄອນສັດ Beasts On The Moon

ເມື່ອເວລາທີ່ເກີດມີແຮງບັນດານໃຈຂຶ້ນ, ກໍ່ຄ້າຍຄືກັບວ່າເປັນສັນຍານທີ່ປະທຸໄຟຈາກໃຈຂອງທ່ານໃຫ້ລຸກໂຊດຊ່ວງ ຊຶ່ງຍາກທີ່ຈະລະເລີຍໄດ້. ກໍ່ຄ້າຍຄືດັ່ງເຊັ່ນ ນາງ ທຽນ ຄໍາວົງສາ, ເດັກຍິງອາຍຸ 18 ປິ ທີ່ໄດ້ຄົ້ນພົບວ່າ: ຕົນເອງມີຄວາມຫຼົງໄຫຼໃນລະຄອນສັດ “Beasts On The Moon” ຂອງ Richard Kalinoski ເມື່ອປີ 1992, ທິດທາງຊີວິດຂອງນາງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ. ລະຄອນເລື່ອງນີ້ໄດ້ສົ່ງຜົນເຮັດໃຫ້ ນາງ ທຽນ ຄໍານຶງເຖິງເປັນຢ່າງດີວ່າ: “ລະຄອນຊ່ວຍໃຫ້ພວກເຮົາຕັ້ງຊື່ສິ່ງທີ່ບໍ່ອາດຈະບັນລະບາຍອອກມາເປັນຄໍາເວົ້າໄດ້…”. ເກືອບເປັນເວລາໜຶ່ງທົດສະວັດຖັດຈາກນັ້ນ, ນາງ ທຽນ ໃຫ້ຄວາມຍົກຍ້ອງຕໍ່ແຮງບັນດານໃຈດັ່ງກ່າວນີ້ ດ້ວຍຮອບຢືມເອົາຊື່ລະຄອນມາຕັ້ງເປັນຊື່ຄະນະລະຄອນຂອງນາງເອງ.

ຄະນະລະຄອນສັດ Beasts On The Moon (Les Bêtes sur la Lune) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ໂດຍ ນາງ ທຽນ ຄໍາວົງສາ ຊຶ່ງເປັນຄະນະລະຄອນສັດທີ່ມີເວດມົນ ທີ່ເກີດຈາກແຮງບັນດານໃຈ ແລະ ໄດ້ຮັບການຂັບເຄື່ອນໂດຍ ຄວາມປາດຖະໜາອັນແຮງກ້າທີ່ຈະກາຍເປັນແຮງບັນດານໃຈ. ຜົນງານຊິ້ນທໍາອິດໂດຍຄະນະລະຄອນສັດ Beasts On The Moon ແມ່ນມີຊື່ວ່າ: “Au Revoir Pays”, ທີ່ເປັນຜົນງານທີ່ໄດ້ຮັບລາງວັນ Paris Young Talent ໃນປີ 2010. ຕໍ່ມາໃນປີ 2013, ນາງ ທຽນ ໄດ້ອໍາລາປະເທດຝຣັ່ງ ແລະ ຍົກຍ້າຍກັບຄືນມາອາໃສຢູ່ບ້ານເກີດເມືອງນອນທີ່ປະເທດລາວ. ຜູ້ກໍາກັບ ແລະ ທັງເປັນນັກປະພັນບົດລະຄອນທີ່ເຕີບໃຫຍ່ ແລະ ໄດ້ຮັບການສຶກສາຈາກປະເທດຝຣັ່ງໄດ້ສ້າງສາຍສໍາພັນກັບ ຄະນະລະຄອນຫຸ່ນກະບອກຂອງຄະນະເຂົ້າໜຽວ ແລະ ນັກເຕັ້ນທີ່ຊົງພະລັງຂອງ ຄະນະຟັງລາວ ແລະ ຍັງຄົງຮ່ວມກັນສ້າງສັນຜົນງານໃນໂຄງການຕ່າງໆຕໍ່ໄປຈົນເຖິງທຸກວັນນີ້.

ນາງ ທຽນ ໄດ້ກ່າວວ່າ: ນາງມີຄວາມປາດຖະໜາຢາກສ້າງຄະນະລະຄອນທີ່ໃຫ້ “… ພື້ນທີ່ແຫ່ງຄວາມເປັນອິດສະຫຼະໃນການທີ່ພວກເຮົາຈະສ້າງສັນຜົນງານທີ່ເປັນບອກເລົ່າເລື່ອງລາວຂອງພວກເຮົາໃນທີ່ສຸດ! ກໍ່ຈະເກີດຜົນເປັນຈິງ, ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ: ຈະກາຍເປັນສະຖານທີ່ແຫ່ງການສ້າງສັນຜົນງານແບບຮ່ວມສະໄໝດ້ວຍຂອບເຂດລະຫວ່າງສິນລະປະການສະ ແດງທີ່ແຕກຕ່າງກັນ (ການສະແດງລະຄອນເວທີ, ການເຕັ້ນ, ດົນຕີ, ສິລະປະຮູບພາບ ແລະ ອື່ນໆ)  ທີ່ນັບມື້ນັບຈາງຫາຍໄປຫຼາຍຂຶ້ນ, ໂດຍທີ່ພວກເຮົາໃຫ້ການສະໜັບສະໜູນຊຶ່ງກັນແລະກັນ ແລະ ມີການປະສົມປະສານສິນລະປະ ແລະ ເລື່ອງລາວຕ່າງໆຈາກທົ່ວທຸກແຫ່ງຂອງໂລກ.”

ຜົນງານ:
2010 – Au Revoir Pays [ລາກ່ອນປະເທດ]
2016 – Le Songe d’une nuit de mousson [ຄວາມຜົນໃນຄໍ່າຄືນມືດມິດມໍລະສຸມ]
2017 – Contes du Laos – Partie 1 [ເລື່ອງເລົ່າຈາກປະເທດລາວ – ພາກທີ 1]
2018 – Le carnaval des animaux [ງານຫັນສາຂອງບັນດາສັດສາວາສິ່ງ]
2018 – ພີນ໊ອກ VF
2019 – ອາລິສ
2019 – ພີນ໊ອກ VE
2019 – Contes du Laos – Partie 2 [ເລື່ອງເລົ່າຈາກປະເທດລາວ – ພາກທີ 2]
2019 – Vivre avec [ອາໃສຢູ່ຮ່ວມກັນ]
2022 – ສະກາປິນ

Beasts On The Moon Theatre Company

When inspiration strikes, it’s like a sign from your heart – difficult to ignore. When 18 year old Thiane Khamvongsa found herself enraptured by Richard Kalinoski’s 1992 play, “Beast On The Moon”, the direction of her life was dramatically impacted. The play struck Thiane with the realisation that “theatre allows us to name unspeakable things…” Nearly a decade later, Thiane gives tribute to this inspiration by borrowing the play’s title to christen her own theatre company.

Founded in 2009 by Thiane Khamvongsa, Beasts On The Moon (Les Bêtes sur la Lune) is a magical theatre company that was born from an inspiration, and propelled with a desire to become the inspiration itself. The first creation by Beasts On The Moon, “Au Revoir Pays”, won the Paris Young Talent prize in 2010. In 2013, Thiane said goodbye to France and resettled back to her origins in Laos. The French-raised and educated director and playwright, formed a friendship with puppeteers Khao Niew and the dynamic dancers of Fanglao and to this day, continue to collaborate on projects.

Thiane is quoted saying that she wanted to create a company that gives “… a space of freedom where we would create pieces that finally tell our stories! It will become, I hope, a place of contemporary creation where the boundaries between the different performing arts (theatre, dance, music, visual arts, etc.) are increasingly blurred, where we support each other, and where we mix arts and stories from all over the world.”

Productions:
2010 – Au Revoir Pays [Goodbye Country]
2016 – Le Songe d’une nuit de mousson [A Midmonsoon Night’s Dream]
2017 – Contes du Laos – Partie 1 [Tales from Laos – Part 1]
2018 – Le carnaval des animaux [Carnival of the Animals]
2018 – Pinok VF
2019 – Alice
2019 – Pinok VE
2019 – Contes du Laos – Partie 2 [Tales from Laos – Part 2]
2019 – Vivre avec [Live With It]
2022 – Scapin