Art and Nature
ສີລະປະ ແລະ ທໍາມະຊາດ
by Melody Kemp
An unnamed Lao poet epitomised the beauty of nature as far back as the 1700’s. In poems that celebrate the relationship between the sensual qualities of flowers and human emotions his work stands out as being intimate with Nature. His words bring the scent on the nocturnal booms wafting through our minds. Lao with a multiplicity of talents have done so ever since.
From classic literature to Contemporary art Nature is a powerful recurring theme especially for a young and new generation, anxious about global warming and ecological disasters that threaten their futures.
ນັກກະວີລາວນີລະນາມ ໄດ້ສະຫຼຸບໃຈຄວາມສໍາຄັນໃນການພັນລະນາຄວາມງາມຂອງທໍາມະຊາດ ເມື່ອຢ້ອນກັບຄືນອະດີດໃນຊ່ວງປີ 1700. ການພັນລະນາໃນບົດກອນທີ່ເວົ້າເຖິງຄວາມສໍາພັນລະຫວ່າງຄຸນລັກສະນະອັນເຍົ້າຍວນໃຈຂອງດອກໄມ້ ກັບ ອາລົມຄວາມຮູ້ສຶກຂອງມະນຸດ, ຜົນງານຂອງເພິ່ນແມ່ນມີຄວາມໂດດເດັ່ນໃນເລື່ອງຂອງຄວາມໃກ້ຊິດກັບທໍາມະຊາດ. ແຕ່ລະຄໍາທີ່ນັກກະວີຄົນດັ່ງກ່າວໄດ້ພັນລະນາໃນບົດກອນ ໄດ້ຫອບອູ້ມເອົາກິ່ນອາຍໂດຍປະສານກັບສຽງແມງໄມ້ຮ້ອງໃນຍາມຄໍ່າຄືນ ພ້ອມລອຍລ່ອງເຂົ້າສູ່ຈິດໃຈຂອງພວກເຮົາ. ສາມາດເວົ້າໄດ້ວ່າ ນັກກະວີລາວຜູ້ທີ່ມີພອນສະຫວັນໃນຫຼາຍດ້ານ ໄດ້ຮຽນຮູ້ການປະດິດແຕ່ງໃນລັກສະນະດຽວກັນນີ້ຕັ້ງແຕ່ນັ້ນເປັນຕົ້ນມາ.
ນັບຕັ້ງແຕ່ວັນນະຄະດີຄລາດສິກໄປຈົນເຖິງສິນລະປະແບບຮ່ວມສະໄໝທົ່ວໄປ ໄດ້ກາຍມາເປັນຫົວຂໍ້ທີ່ມີປະສິດທິພາບທີ່ເກີດຂຶ້ນຊໍ້າໆ ໂດຍສະເພາະຢ່າງຍິ່ງແມ່ນສໍາລັບຄົນໜຸ່ມສາວ ແລະ ຄົນຮຸ້ນລາວຄາວຫຼັງ ທີ່ມີຄວາມເປັນກັງວົນກ່ຽວກັບ ພາວະໂລກຮ້ອນ ແລະ ໄພພິບັດທາງລະບົບນິເວດວິທະຍາທີ່ເປັນໄພຂົ່ມຂູ່ຕໍ່ພວກເຂົາ.