Project Space – Pha Tad Ke

ທ່ານ ນາງ ເມໂລດີ ເຄັ້ມ (Melody Kemp)

ທ່ານ ນາງ ເມໂລດີ ເຄັ້ມ (Melody Kemp), ພາຍຫຼັງເຮັດໜ້າທີ່ເປັນຜູ້ຊ່ຽວຊານດ້ານສຸຂະພາບ ແລະ ວິຊາການມາຫຼາຍປີຈົນນໍາໄປສູ່ການຮ່ວມງານກັບອົງການ UN, ທ່ານ ນາງ ເມໂລດີ ຈິ່ງໄດ້ຄົ້ນພົບໃນສິ່ງທີ່ຕົນເອງຮັກ ໂດຍສະເພາະກໍແມ່ນການຂຽນໜັງສືປະເພດຕ່າງໆ ຫຼັງຈາກສູນເສຍການໄດ້ຍິນຢ່າງຮຸນແຮງ ຈິ່ງເຮັດໃຫ້ລາວໄດ້ຄິດທົບທວນກ່ຽວກັບການປ່ຽນແປງດັ່ງກ່າວ. ຄວາມສົນໃຈໃນດ້ານສິ່ງແວດລ້ອມຂອງລາວ ໄດ້ນໍາໄປສູ່ການເປັນນັກຂ່າວດ້ານສິ່ງແວດລ້ອມ ໂດຍຂຽນບົດຂ່າວໃຫ້ແກ່ແຫຼ່ງຂ່າວຕ່າງໆຫຼາຍແຫ່ງ ເປັນຕົ້ນແມ່ນ Asian and UK Geographicals, Asia Times, Guardian ແລະ ສໍານັກຂ່າວໃນຈີນ/ອາຊີ. ເມື່ອບໍ່ດົນຜ່ານມາ, ທ່ານ ນາງ ເມໂລດີໄດ້ມຸ່ງສູ່ການຂຽນນະວະນິຍາຍກ່ຽວກັບສິ່ງແວດລ້ອມ. ລາວໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການຂຽນຫຼາຍຄັ້ງ ໂດຍເຮັດວຽກຮ່ວມກັບເພື່ອນຮ່ວມງານຄົນລາວຫຼາຍຄົນ, ເຊິ່ງໃນນັ້ນໄດ້ສົ່ງຜົນໃຫ້ເກີດມີເລື່ອງ “Under The Clouds”, ຕາມທີ່ໄດ້ກ່າວໄວ້ໃນບົດລາຍງານສະບັບນີ້. ຄວາມພະຍາຍາມຄັ້ງຫຼ້າສຸດໄດ້ນໍາໄປສູ່ການພິມປຶ້ມນະວະນິຍາຍເຊີງນິເວດ ເລື່ອງ “Tree Crime” ເຊິ່ງເປັນເລື່ອງລາວທີ່ກ່ຽວຂ້ອງກັບຍິງສາວຊາວດອຍຜູ້ເຊິ່ງມີຄວາມສາມາດໃນການໄຂຄະດີຄາຕະກໍາ ໂດຍໄດ້ຮັບການຊ່ວຍເຫຼືອຈາກຕົ້ນໄມ້, ເຊິ່ງອາໄສສາດໃໝ່ທີ່ໜ້າສົນໃຈກ່ຽວກັບຕົ້ນໄມ້. ປັດຈຸບັນ ທ່ານ ນາງ ເມໂລດີ ເຮັດວຽກຮ່ວມກັບທີມງານຄົນລາວກ່ຽວກັບແອນິແມຊັ່ນເພື່ອການສຶກສາທີ່ກ່ຽວຂ້ອງກັບສັດປ່າທີ່ໃກ້ຈະສູນພັນ ລວມທັງຊ້າງ.

Melody Kemp

Melody Kemp, after many years of being a health and technical professional leading to
postings with the UN, Melody found her true love, writing, after severe  hearing loss made her contemplate a change. Her interest in the environment  led to environmental journalism, writing for the Asian and UK Geographicals, Asia Times, Guardian and China/ Asian news sources. More recently she turned to environmental fiction. Working with Lao colleagues she has run several writing workshops, one of which resulted in “Under The Clouds”, referred to in this report. Recent efforts led to “Tree Crime in which  a young upland woman solves a murder with the help of trees, based on the compelling new science of trees. She now works on educational animations about endangered wildlife, including elephants, with a Lao team.