Project Space – Pha Tad Ke

Project Space • ສູນສິລະປະຮ່ວມສະໄໝຂອງລາວ

Project Space ຖືເປັນສູນສິລະປະຮ່ວມສະໄໝຂອງລາວແຫ່ງທໍາອິດ ທີ່ຕັ້ງຢູ່ໃນສວນພຶກສາຊາດຜາຕັດແກ້, ແຂວງຫຼວງພະບາງ. ຄໍເລັກຊັນຖາວອນຂອງພວກເຮົາແມ່ນເນັ້ນໃສ່ບັນດານັກສິລະປິນໜຸ່ມຈາກຍຸກໃໝ່, ທີ່ມີວິໄສທັດອັນໂດດເດັ່ນທາງສິລະປະຮ່ວມສະໄໝຂອງລາວ, ເຊິ່ງແມ່ນນັກສິລະປິນ ທີ່ມີຄວາມສາມາດໃນແບບສະເພາະຂອງຕົນເອງ, ແລະ ມີຜົນງານທີ່ມີຄຸນນະພາບລະດັບສາກົນ. ພວກເຮົາໄດ້ເຮັດວຽກຮ່ວມກັນກັບພວກເຂົາຢ່າງໃກ້ຊິດມາເປັນເວລາດົນນານ ທັງໄດ້ປຶກສາຫາລື, ຝຶກສອນ ແລະ ຕິດຕາມຜົນງານຂອງພວກເຂົາ ເພື່ອໃຫ້ການສະໜັບສະໜູນທີ່ຈໍາເປັນຕາມຄວາມສາມາດ ແລະ ຮວບຮວມຜົນງານຂອງພວກເຂົາແບບລະອຽດ. ງານເວີກຊັອບ, ຄອສອອນລາຍ Masterclasses, ທີ່ພັກອາໄສ ແລະ ໂຄງການຄົ້ນຄວ້າ ຈະຊ່ວຍເສີມຄໍເລັກຊັນ ແລະ ໂຄງການວາງສະແດງສະຫະວິຊາຊີບສະເພາະຂອງພວກເຮົາໄດ້.

ທີ່ Project Space, ພວກເຮົາໄດ້ພິຈາລະນາວ່າ ພວກເຮົາບໍ່ສາມາດເບິ່ງສິລະປະລາວ ແລະ ສິລະປະອາຊີຕາເວັນອອກສ່ຽງໃຕ້ໂດຍທົ່ວໄປຈາກມຸມມອງຕາເວັນຕົກໄດ້, ພວກເຮົາຕ້ອງໄດ້ຄໍານຶງເຖິງເບື້ອງຫຼັງ ແລະ ຄວາມອ່ອນໄຫວທາງວັດທະນະທໍາ, ປະຫວັດສາດ ແລະ ສາສະໜານໍາອີກ. ພາຍຫຼັງໄດ້ເຮັດວຽກໃນອໍາສະເຕີດໍາ, ປາຣີ ແລະ ນິວຢອກມາດົນກວ່າ 38 ປີ, ຂ້າພະເຈົ້າຈໍາເປັນຕ້ອງໄດ້ຖອດແວ່ນຕາສະໄຕຕາເວັນຕົກໄວ້ໃນໜ້າທີ່ຕ່າງໆໃນໂລກສິລະປະ ແລະ ການພິມເຜີຍແຜ່ ພ້ອມທັງວັດແທກສາຍຕາດ້ວຍການໃຊ້ເລນສອງຊັ້ນໃໝ່ ເພື່ອລືມພື້ນຖານເງິນເອີໂຣ ແລະ ເພື່ອມອບໃຫ້ກັບນັກສິລະປິນລາວ ຜູ້ທີ່ມີຄວາມເປັນໄປໄດ້ໃນການສະແດງອອກຜ່ານເລື່ອງລາວ ແລະ ຜົນງານທີ່ເປັນຕົວແທນຄໍາເວົ້າຂອງຕົນເອງ.

“ຮູບແບບການສະແດງອອກທີ່ໂດດເດັ່ນໃນສິລະປະຂອງລາວ ຍັງຄົງເປັນພາບແຕ້ມສີນໍ້າມັນ ໃນຮູບແບບສະໄໝໃໝ່ ພ້ອມດ້ວຍແນວຄິດນິໂອເທຣດດິຊັນນອລ ຫຼື ສິລະປະຮ່ວມສະໄໝທີ່ຢືມມາຈາກອະດີດ ເພື່ອສ້າງຄວາມເຍົ້າຍວນໃຈໃຫ້ແກ່ມໍລະດົກທາງວັດທະນະທໍາຂອງລາວ. ໃນວົງຈອນສິລະປະລະດັບໂລກ, ຜົນງານສິລະປະລັກສະນະນີ້ຖືວ່າໄດ້ຜ່ານພົ້ນໄປຕາມການເວລາ ເຊິ່ງໄດ້ຕອກຢໍ້າເຖິງການຮັບຮູ້ຂອງລາວທີ່ວ່າ ຍັງມີການຢຶດຕິດຢູ່ ຫຼື ຄວບຄຸມໄວ້. ນີ້ອາດຈະເປັນພຽງຄໍາອະທິບາຍບາງສ່ວນວ່າ ຍ້ອນຫຍັງສິລະປະຂອງລາວຫຼັງສັງຄົມນິຍົມຈິ່ງຖືກເບິ່ງຂ້າມໂດຍທົ່ວໄປ ໃນດ້ານປະຫວັດສາດສິລະປະອາຊີ.”

ອ້າງອີງຈາກບົດລາຍງານ: “Women in Lao Contemporary Art & Culture from 1975 till Now” ຫຼື “ແມ່ຍິງໃນສີລະປະ ແລະ ວັດທະນະທໍາຮ່ວມສະໄໝຂອງລາວ ນັບແຕ່ປີ 1975 ເຖິງປັດຈຸບັນ” (ໜ້າ 10).

ແຕ່ກໍເຫັນວ່າມີການປ່ຽນແປງຫຼາຍຢ່າງໃນປະເທດລາວໃນຊ່ວງ 10 ຜ່ານມາ, ໂດຍມີນັກເຕັ້ນ, ນັກສະແດງລະຄອນ ແລະ ຮູບເງົາເກີດຂຶ້ນ, ແລະ ເມື່ອບໍ່ດົນຜ່ານມາ ກໍມີການເລັ່ງລັດຂຶ້ນດ້ວຍການລິເລີ່ມຂອງນັກສິລະປິນຫຼາຍຄົນໃນ “ວິຈິດສິນ“. ພວກເຮົາໄດ້ມີການຮວບຮວມ ແລະ ວາງສະແດງຜົນງານຂອງນັກສິລະປິນຮຸ່ນໃໝ່ ຕາມບໍລິບົດ ແລະ ມຸມມອງທີ່ພວກເຮົາຫວັງວ່າຈະຊ່ວຍເປິດປະຕູຕ້ອນຮັບບັນດາມືອາຊີບລະດັບສາກົນ ແລະ ປະຊາຊົນທົ່ວໄປໄດ້ຊື່ນຊົມ.
ທ່ານ ຣິກ ກາເດັນລາ, ຜູ້ອໍານວຍການສວນພຶກສາຊາດຜາຕັດແກ່

 

ບົດຄົ້ນຄວ້າ, ເອກະສານ ແລະສິ່ງພິມຕ່າງໆ
ສິລະປະບໍ່ໄດ້ມີຢູ່ໃນໂລກແຄບໆ ແລະ ວັດທະນະທໍາກໍມີປະໂຫຍດສູງສຸດຕໍ່ສັງຄົມທັງໝົດ. ທີ່ຕັ້ງອັນເປັນເອກະລັກຂອງພວກເຮົາໃນສວນພຶກສາຊາດຜາຕັດແກ້ ໄດ້ເປີດໂອກາດຫຼາກຫຼາຍຕໍ່ປະເດັນທາງນິເວດວິທະຍາ ແລະ ປັນຫາທາງສັງຄົມ, ເຊິ່ງພວກເຮົາມີຄວາມເຊື່ອໝັ້ນຢ່າງເຕັມປ່ຽມວ່າ ໃນການຄົ້ນຄວ້າ ແລະ ການພິມຈໍາໜ່າຍ ຈະຊ່ວຍເຜີຍແຜ່ຜົນງານຂອງພວກເຮົາໄດ້. ໂຄງການທໍາອິດຂອງພວກເຮົາກໍແມ່ນຜົນງານການສຶກສາໃນປີ 2022 ພາຍໃຕ້ຫົວຂໍ້:Women in Lao Contemporary Art & Culture from 1975 till Now ຫຼື “ແມ່ຍິງໃນສິລະປະ ແລະ ວັດທະນະທໍາຮ່ວມສະໄໝຂອງລາວ ນັບແຕ່ປີ 1975 ເຖິງປັດຈຸບັນ“. ຕໍ່ມາພວກເຮົາກໍໄດ້ພະຍາຍາມໃຫ້ການສະໜັບສະໜູນການເຂົ້າເຖິງທີ່ດີຂຶ້ນສໍາລັບແມ່ຍິງ, ຄົນພິການ ແລະ ຜູ້ຄົນທີ່ມາຈາກຊົນເຜົ່າຕ່າງໆ. ໃນການຮ່ວມມືກັບກຸ່ມ “ພູມໃຈທີ່ເປັນເຮົາ” ໃນລາວ ທັງນີ້ກໍເພື່ອຕ້ອງການສ້າງສະຖານທີ່ທີ່ປອດໄພສໍາລັບກຸ່ມຄົນຫຼາກຫຼາຍທາງເພດ (LGBTI ) ໃນການເຕົ້າໂຮມກັນ ແລະ ສະແດງອອກທີ່ຜາຕັດແກ້ ແລະ ຈັດຕັ້ງການພົບປະໃນລະດັບພາກພື້ນ.

 

ທີ່ພັກອາໄສ, ເວີກຊັອບ & ຄອສອອນລາຍ Masterclasses
ສິລະປະ ຫຼື ສິ່ງໃດກໍຕາມ ຈະບໍ່ສາມາດພັດທະນາ ແລະ ກ້າວໜ້າໄດ້ຖ້າຂາດການສື່ສານ, ການຕອບຮັບຢ່າງມີວິຈາລະນາຍານ ເນື່ອງຈາກບໍ່ມີປະໂຫຍດໃດໆຕໍ່ການຮຽນຮູ້ ແລະ ການພັດທະນາຕົນເອງ. ພວກເຮົາໄດ້ມີການຈັດເວີກຊັອບ, ທີ່ພັກອາໄສຂອງນັກສິລະປິນ ແລະ ຮ່ວມມືກັບ Masterclasses ລະດັບໂລກ ໃນຫົວຂໍ້ທີ່ສາມາດນໍາມາໃຊ້ໄດ້ຈິງ ລວມທັງເຕັກນິກ ແລະ ສັງຄົມ ໂດຍຮ່ວມມືກັບອົງການຈັດຕັ້ງຕ່າງໆໃນລາວ ແລະ ທົ່ວໂລກ ເພື່ອຂະຫຍາຍປະສົບການ ແລະ ໂລກກະທັດ.

Project Space • Contemporary Lao Art Centre

Project Space is the first Centre for Contemporary Lao Art, situated in the Pha Tad Ke Botanical Garden in Luang Prabang. Our permanent collection concentrates on young artists from a new generation, that stand out in their visions of what Lao Contemporary Art can be, artists that have something to say for themselves, and whose work is of international quality. We work closely together with them long-time, discuss, coach, and follow their work to provide support where we can and collect their work in-depth. Workshops, Masterclasses, Residencies and Research Projects complement our Collections and Thematic Multidisciplinary Exhibitions Programs.

At Project Space we consider that we cannot look at Lao and SE Asian art in general from a western point of view, we must take into account cultural, historical and religious background and sensitivities. I had to take of my western glasses after working in Amsterdam, Paris and New York for over 38 years in different functions in the world of the arts and publishing and measure new bi-focals to forget an euro centric basis and to give the Lao artists the possibility to express themselves, their stories and their works with their own words.

“The dominant mode of expression in Lao art, remains oil painting in a modernist style with a neo-traditional agenda to romanticize Lao cultural heritage. In global art circuits, this type of artwork is deemed passé, reinforcing a perception of Laos as stuck or repressive. This might be a partial explanation for why art of post-socialist Laos is generally overlooked in the field of Asian art history.”
Quoted from report: “Women in Lao Contemporary Art & Culture from 1975 till Now” (p10).

But he last ten years a lot has been changing in Laos, led foremost by actors from the Dance, Theatre and Film worlds and recently there is an acceleration with multiple artist initiatives in the “fine arts”.

We collect and show the works from this new generation of artists within their context and with perspectives that we hope will open windows to be appreciated by an international professional and general public.
Rik Gadella, Director

 

Research, Documentation & Publications
Arts don’t exist in a bubble and Culture at its best benefits all of society. Our unique position at Pha Tad Ke Botanical Garden opens so many possibilities towards ecological and social issues, that we strongly believe in research and publications to disseminate our work. Our very first project was the study in 2022: “Women in Lao Contemporary Art & Culture from 1975 till Now”. Building further on this we try to support better access for women, people with disabilities and people from local minorities. A collaboration with “Proud to be us Laos” wants to create a safe place for people from the LGBTI communities to gather and express themselves at Pha Tad Ke and to organize regional encounters.

 

Residencies, Workshops & Masterclasses
“dce-title”>Arts or anything really can’t improve and advance without communication, critical feedback – just 👍🏽 are of no help use to learn and to improve ourselves. We organize workshops, artist residencies and collaborate with international Masterclasses on topics practical, technical and social in collaboration with organizations throughout Laos and the world to broaden experiences and worldviews.